ປີ 2013

ບໍລິສັດ ທະນາຄານກະສິກອນໄທ ຈຳກັດ ມະຫາຊົນໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ມິຖຸນາ 1945 ດ້ວຍເງິນທຶນຈຳນວນ ຈົດທະບຽນ 5 ລ້ານບາດ ແລະ ມີພະນັກງານພຽງແຕ່ 21 ຄົນເທົ່ານັ້ນ. ສຳນັກງານແຫ່ງທຳອິດ ເຊິ່ງປະຈຸບັນ ນີ້ເປັນສຳນັກງານຖະໜົນເສືອປ່າ. ທະນາຄານໄດ້ປະສົບຜົນສຳເລັດເປັນຢ່າງດີ ພາຍຫຼັງໄລຍະເວລາ 6 ເດືອນ ຂອງການດຳເນີນງານ. ໃນວັນທີ 31 ທັນວາ 1945 ຫຼື ຕອນທ້າຍ ຂອງງວດບັນຊີທຳອິດ, ທະນາຄານໄດ້ມີຍອດເງີນຝາກລວມທັງໝົດ 12 ລ້ານບາດ ແລະ ມີຊັບສິນ 15 ລ້ານບາດ.

ນັບຕັ້ງແຕ່ມື້ເປີດຈົນຮອດປະຈຸບັນນີ້, ທະນາຄານໄດ້ມີການຂະຫຍາຍຕົວຢ່າງໝັ້ນຄົງ ແລະ ເຂັ້ມແຂງ. ຮອດວັນທີ 30 ມິຖຸນາ 2014, ທະນາຄານມີທຶນຈົດທະບຽນ 30, 486 ລ້ານບາດ, ມີຊັບສິນທັງໝົດ 2,339,798 ລ້ານບາດ, ເງິນຝາກຈຳນວນ 1,567,499 ລ້ານບາດ ແລະ ສິນເຊື່ອທັງໝົດ 1,471,922 ລ້ານບາດ. ທະນາຄານປະກອບມີ 1,054 ສາຂາ ແລະ ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເຊິ່ງປະກອບມີ 315 ສາຂາໃນກຸງເທບມະຫານະຄອນ ແລະ 739 ສາຂາປະຈຳແຕ່ລະພາກ. ມີສຳນັກງານຕົວແທນ ຕ່າງປະເທດ 11 ແຫ່ງ ລວມມີ ສາຂາ ລັອດສ໌ ແອງເຈີລີສ, ສາຂາຮົງກົງ, ສາຂາເກາະເຄແມນ, ສາຂາ ເຊິນເຈີນ, ສາຂາ ເຊີງດູ, ສາຂາຍ່ອຍລອງກັ່ງ ແລະ ສຳນັກງານຜູ້ຕາງໜ້າທີ່ນະຄອນຫຼວງປັກກິ່ງ, ຊຽງໄຮ້, ຄຸນໝິງ, ໂຕກຽວ, ຢ່າງກຸ້ງ ເຊິ່ງຈະຊ່ວຍອຳນວຍຄວາມສະດວກໃນດ້ານການຄ້າລະຫວ່າງ ປະເທດ ແລະ ໃຫ້ບໍລິການທາງດ້ານການເງິນລະຫວ່າງປະເດທດໄທ ແລະ ປະເທດຄູ່ຄ້າໃນທົ່ວໂລກ. ຕະຫຼອດໄລຍະ 69 ປີທີ່ຜ່ານມາ, ທະນາຄານໄດ້ມຸ່ງໝັ່ນໃນການພັດທະນາອົງກອນ ແລະພັດທະນາ ຜະລິດຕະພັນທາງການເງິນຢ່າງສະໝ່ຳສະເໝີ ພ້ອມໃຫ້ການບໍລິການອັນເປັນເລີດແກ່ລູກຄ້າ ພາຍໃຕ້ ຄຳຂວັນ ຂອງທີ່ທະນາຄານທີ່ວ່າ “ກ້າວສູ່ຄວາມເປັນເລີດໃນດ້ານການບໍລິການ” ດັ່ງທີ່ໄດ້ອະທິ ບາຍໄວ້ລຸ່ມນີ້:

ປີ 2003: ທະນາຄານກະສິກອນໄທ ໄດ້ເປີດສາຂາການບໍລິການຮູບແບບໃໝ່ ຄັອບຟີ່ ແບັງຄິງ “Coffee Banking” ແຫ່ງທຳອິດ ຂອງອາຊີ.