ຜະລິດຕະພັນເງິນຝາກ

ເງີນຝາກປະຈຳ

ຮັບປະກັນຄວາມໝັ້ນຄົງດ້ານການເງິນຂອງທ່ານດ້ວຍແຜນການບໍລິຫານເງິນທີ່ມີປະສິດທິພາບ. ເປີດບັນຊີເງິນຝາກປະຈຳກັບທະນາຄານກະສິກອນໄທ ຈະຊ່ວຍໃຫ້ທ່ານບໍລິຫານເງິນແບບມີກຳນົດເວລາ, ມີດອກເບ້ຍທີ່ໜ້າດຶງດູດໃຈ ແລະ ໝັ້ນຄົງພ້ອມທັງສ້າງຫຼັກປະກັນທາງການເງິນທີ່ໝັ້ນຄົງເພື່ອຕົວທ່ານເອງ.

ຄຸນລັກສະນະ
• ອັດຕາດອກເບ້ຍທີ່ດຶງດູດໃຈ ແລະ ໃຫ້ດອກເບ້ຍສູງກ່ວາບັນຊີຝາກປະເພດອື່ນ.
• ບັນຊີ ຂອງທ່ານສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນເພື່ອຂໍວົງເງິນກູ້ໄດ້.

ລາຍລະອຽດ ຂອງຜະລິດຕະພັນ
ສະກຸນເງິນຝາກ: ກີບ, ບາດ ແລະ ໂດລາສະຫະລັດ

ໄລຍະເວລາຂອງເງິນຝາກ: 3, 6, 9, 12, 18, 24, ແລະ 36 ເດືອນ

ອັດຕາດອກເບ້ຍ:
• ອີງຕາມອັດຕາດອກເບ້ຍເງິນຝາກປະຈຳ ທີ່ປະກາດໂດຍທະນາຄານກະສິກອນໄທ
• ຈ່າຍດອກເບ້ຍເມື່ອຄົບກຳນົດ
• ສາມາດຖອນກ່ອນກຳນົດໄດ້ ແລະ ຈ່າຍດອກເບ້ຍເງິນຝາກປະຈຳໃຫ້ຕາມກຳນົດເວລາທີ່ຝາກໄດ້ 
ແຕ່ຖ້າຝາກບໍ່ຮອດ 3ເດືອນແມ່ນຈະຄິດໄລ່ດອກເບ້ຍເງິນຝາກປະຢັດໃຫ້
• ການຖອນເງິນແມ່ນບໍ່ສາມາດຖອນເປັນບາງສ່ວນໄດ້