ຜະລິດຕະພັນເງິນຝາກ

ເງິນຝາກປະຈຳ

ຮັບປະກັນຄວາມໝັ້ນຄົງດ້ານການເງິນຂອງທ່ານດ້ວຍແຜນການບໍລິຫານເງິນທີ່ມີປະສິດທິພາບ. ເປີດບັນຊີເງິນຝາກປະຈຳກັບທະນາຄານກະສິກອນໄທ ທີ່ມີດອກເບ້ຍທີ່ດຶງດູດໃຈ ແລະ ໝັ້້້ນຄົງຈະຊ່ວຍໃຫ້ທ່ານສາມາດບໍລິຫານເງິນແບບມີກຳນົດເວລາ, ແລະ ສ້າງຫຼັກປະກັນທາງການເງິນທີ່ໝັ້ນຄົງເພື່ອຕົວທ່ານເອງ. 

ຄຸນລັກສະນະພິເສດ
• ຮັບດອກເບ້ຍທີ່ດຶງດູດໃຈ ຄົງທີ່ ແລະ ຫຼາຍກວ່າດອກເບ້ຍຂອງບັນຊີຝາກປະຢັດ.
• ບັນຊີຂອງທ່ານສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນເພື່ອຂໍວົງເງິນກູ້ໄດ້.

 
ລາຍລະອຽດ ຂອງຜະລິດຕະພັນ:
ສະກຸນເງິນຝາກ: ກີບ, ບາດ ແລະ ໂດລາສະຫະລັດ 

ໄລຍະເວລາຂອງເງິນຝາກ: 3, 6, 12, 18, 24, ແລະ 36 ເດືອນ 

ອັດຕາດອກເບ້ຍ:
• ອີງຕາມອັດຕາດອກເບ້ຍເງິນຝາກປະເພດມີກຳນົດເວລາທີ່່ປະກາດໂດຍທະນາຄານກະສິກອນໄທໃນແຕ່ໄລຍະ.
• ຈ່າຍດອກເບ້ຍເມື່ອຄົບກຳນົດເວລາຂອງເງິນຝາກ.
• ເງິນຝາກສາມາດຖອນໄດ້ຢ່າງເຕັມຈຳນວນກ່ອນຄົບກຳນົດ ແລະ ທະນາຄານຈະນຳໃຊ້ອັດຕາດອກເບ້ຍໄລຍະໃກ້ທີ່ສຸດເພື່ອມາຄິດໄລ່ໃຫ້ລູກຄ້າ. ແຕ່ຖ້າຫາກວ່າການຖອນເງິນກ່ອນກຳນົດເວລາເງິນຝາກໜ້ອຍກວ່າ 3 ເດືອນ, ທະນາຄານຈະນຳໃຊ້ອັດຕາດອກເບ້ຍຂອງບັນຊີເງິນຝາກປະຢັດເພື່ອມາຄິດໄລ່ໃຫ້ລູກຄ້າ.
• ການຖອນເງິນແມ່ນບໍ່ສາມາດຖອນເປັນບາງສ່ວນໄດ້.
  
ປະເພດລູກຄ້າ: ບຸກຄົນທົ່ວໄປ ແລະ ອົງການຈັດຕັ້ງ, ວິສະຫະກິດ ແລະ ສະຖາບັນ, ອົງການຂອງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ປະຕິບັດຕາມລະບຽບການ ຂອງທະນາຄານແຫ່ງ ສປປ ລາວ .