ຜະລິດຕະພັນເງິນຝາກ

ບັນຊີເງິນຝາກປະຢັດ

ເງິນຝາກປະຢັດ ໝາຍເຖິງບັນຊີສະສົມເງິນຈຳນວນໜ້ອຍທີ່ໄດ້ຮັບມູນຄ່າດອກເບ້ຍຕ່ຳ, ບໍ່ຈຳເປັນຕ້ອງກະກຽມເງື່ອນໄຂດ້ານການລົງທຶນກ່ອນ ແຕ່ສາມາດດຳເນີນການຝາກ ແລະ ຖອນໄດ້ຢ່າງອິດສະຫຼະ.

ຄຸນລັກສະນະພິເສດ:
• ມີການຄິດໄລ່ດອກເບ້ຍທຸກໆມື້້ ແລະ ດອກເບ້ຍຈະຖືກໂອນເຂົ້າບັນຊີ ຂອງທ່ານໃນຕອນທ້າຍໄລຍະເວລາດ້ານການບັນຊີ (ເດືອນມິຖຸນາ ແລະ ທັນວາ).
• ບັນຊີຂອງທ່ານສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນສຳລັບການຂໍກູ້ຢືມເງິນ.

ລາຍລະອຽດຜະລິດຕະພັນ:
ສະກຸນເງິນຝາກ: ກີບ, ບາດ ແລະ ໂດລາສະຫະລັດ 
 
ອັດຕາດອກເບ້ຍ:
• ອີງຕາມອັດຕາດອກເບ້ຍເງິນຝາກທີ່ປະກາດໂດຍທະນາຄານກະສິກອນໄທ ໃນແຕ່ລະໄລຍະ
• ຈ່າຍດອກເບ້ຍປີລະ 2 ຄັ້ງ (ໃນວັນທີ 25 ມິຖຸນາ ແລະ 25 ທັນວາ)

ປະເພດລູກຄ້າ: ບຸກຄົນທົ່ວໄປ ແລະ ອົງການຈັດຕັ້ງ, ວິສະຫະກິດ ແລະ ສະຖາບັນ, ອົງການຂອງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ປະຕິບັດຕາມລະບຽບການ ຂອງທະນາຄານແຫ່ງ ສປປ ລາວ .