ຜະລິດຕະພັນການຄ້າລະຫວ່າງປະເທດ

ການບໍລິການສົ່ງເສິມການນໍາເຂົ້າ

ການບໍລິການສົ່ງເສິມການນໍາເຂົ້ານີ້ຈະຊ່ວຍໃຫ້ຜູ່ນໍາເຂົ້າສິນຄ້າໄດ້ຮັບຄວາມປອດໄພ ເວລາຊຳລະເງິນໃຫ້ແກ່ຜູ່ສົ່ງອອກ ເຊິ່່່່່ງພວກເຮົາມີທີມງານໃຫ້ບໍລິການດ້ານສົ່ງອອກ ຂອງທະນາຄານກະສິກອນໄທ ທີ່ມີເຄືອຂ່າຍທະນາຄານທົ່ວໂລກ ທີ່ອາດຈະສາມາດສະໜອງຂໍ້ມູນ ກ່ຽວກັບທຸລະກິດນຳເຂົ້າທັງໝົດ, ທັງນີ້ເພື່ອຊ່ວຍໃຫ້ວິສະຫະກິດຂອງທ່ານດຳເນີນທຸລະກິດນຳເຂົ້າໄດ້ຢ່າງຄ່ອງຕົວໂດຍປາສະຈາກການເປີດເຜີຍຂໍ້ມູນກັບຝ່າຍຫຼື ບຸກຄົນອື່ນໃດໆທັງນັ້ນ. 


ໜັງສືສິນເຊື່່່່ອສຳລັບການນຳເຂົ້າ (Import L/C)

ໜັງສືສິນເຊື່ອ (L/C) ສຳລັບການນຳເຂົ້າແມ່ນ ໜັງສືທີ່ອອກໃຫ້ໂດຍທະນາຄານກະສິກອນໄທ ຕາມຄວາມຕ້ອງການ ແລະ ຄຳແນະນຳ ຂອງຜູ່ຮ້ອງຂໍໜັງສືສິນເຊື່ອ (L/C)ທີ່ຮັບປະກັນການຊຳລະ ຫຼື ຍອມຮັບໜີ້້້້ສິນທີ່ເກີດຈາກການຊຳລະໃຫ້ແກ່ຜູ່ ໄດ້ຮັບຜົນປະໂຫຍດ ພາຍຫຼັງທີ່ໄດ້ຮັບເອກະສານຕາມຂໍ້ກຳນົດຂອງ ໜັງສືສິນເຊື່ອ(L/C). ເຊິ່ງເປັນການຊຳລະທີ່ໃຫ້ຄຳໝັ້ນສັນຍາໂດຍທະນາຄານ ແບບມີເງືອນໄຂ.


ຄຸນລັກສະນະພິເສດ

1. ເພື່ອເພີ່ມສະຖານະການຕໍ່ລອງ: ການອອກໜັງສືສິນເຊື່ອ (L/C) ໝາຍເຖິງການສະໜອງການຊຳລະແບບມີເງື່ອນໄຂແກ່ຜູ່ສົ່ງອອກ ນອກເໜືອຈາກສິນເຊື່ອການຄ້າ, ເພື່ອເພີ່ມທະວີຄວາມໜ້າເຊື່ອຖື ຂອງຜູ່ນໍາເຂົ້າ, ໂດຍຜູ່ນໍາເຂົ້າ ຈະໄດ້ຮັບລາຄາສິນຄ້າທີ່ສົມເຫດສົມຜົນ.

2 ຄວາມປອດໄພຂອງການຊຳລະ: ສິນເຊື່ອທະນາຄານແມ່ນຖືກນຳໃຊ້ແທນສິນເຊື່ອການຄ້າ, ເພື່ອກໍ່ໃຫ້ເກີດເປັນການເພີ່ມທະວີຄວາມໝັ່ນໃຈໃຫ້ກັບ ຂອງຄູ່ຮ່ວມທາງການຄ້າ.

3. ເພື່ອຫຼຸດຜ່ອນຂໍ້ຜູກມັດດ້ານແຫຼ່ງທຶນ: ສຳລັບຜູ່ນຳເຂົ້າທີ່ອອກໜັງສືສິນເຊື່ອ (L/C) ອີງໃສ່ ການສະໜອງສິນເຊື່ອ, ຈະສາມາດ ຫຼຸຸດຜ່ອນການນຳໃຊ້ເງິນທຶນຂອງຕົນເອງໄດ້.