ຜະລິດຕະພັນສິນເຊື່ອ

ເງິນກູ້ໄລຍະຍາວ

ເງິນກູ້ໄລຍະຍາວແມ່ນເງິນກູ້ປະເພດໜຶ່ງທີ່ສະໜອງໃຫ້ໂດຍ ທະນາຄານກະສິກອນໄທ ເພື່ອຊ່ວຍແກ້ໄຂບັນຫາທາງການເງິນໃຫ້ວິສະຫະກິດ ເພື່ອການພັດທະນາພື້ນຖານໂຄງລ່າງ, ການວິວັດທະນາການທາງດ້ານເຕັກໂນໂລຊີ, ການພັດທະນາຜະລິດຕະພັນໃໝ່ໆ ແລະ ກິດຈະການອື່ນໆ ພ້ອມທັງສະໜັບສະໜູນກິດຈະກຳກ່ຽວກັບ ວິສະວະກຳກໍ່ສ້າງ, ການຈັດຊື້ ແລະ ຕິດຕັ້ງເຄື່ອງມື ເປັນຕົ້ນ. ເງິນກູ້ໄລຍະຍາວ ຈະຊ່ວຍໃຫ້ວິສະຫະກິດໄປສູ່ການພັດທະນາໃນອະນາຄົດ, ສ້າງຖານການເງິນທີ່ເຂັ້ມແຂງ, ແລະ ຂະຫຍາຍໂອກາດທາງດ້ານທຸລະກິດ.


ຄຸນລັກສະນະພິເສດ:

ເງິນກູ້ໄລຍະຍາວມີຄຸນລັກສະນະພິເສດຄືເປັນເງິນກູ້ໄລຍະຍາວ ແລະ ມີວົງເງິນກູ້ຈຳນວນສູງ ແລະ ການຊຳລະຄືນເງິນຕົ້ນທຶນກໍ່ຢືດຫຍຸ່ນໄດ້.

ຂຶ້ນຢູ່ກັບຄວາມຕ້ອງການ ຂອງຜູ້ກູ້ຢືມ, ຈຸດປະສົງການກູ້ຢືມ, ອັດຕາຄວາມສ່ຽງ ແລະ ຜົນການອະນຸມັດ ຂອງທະນາຄານ. 


ເງື່ື່ອນໄຂ :

• ໄລຍະກູ້ຢືມສູງສຸດ 7 ປີ

• ເງື່ອນໄຂອື່ນໆແມ່ນຂຶ້ນຢູ່ກັບການອະນຸມັດ ຂອງທະນາຄານກະສິກອນໄທ


ອັດຕາດອກເບ້ຍ & ຄ່າບໍລິການ:

ຂຶ້ນຢູ່ກັບການອະນຸມັດ ຂອງທະນະຄານກະສິກອນໄທ 


ຄຸນສົມບັດການກູ້ຢືມ :

• ຜູ້ກູ້ຢືມ ດຳເນີນທຸລະກິດມາຢ່າງໜ້ອຍ 2 ປີ

• ບໍ່ເຄີຍເປັນ NPL ແລະ / ຫຼື ເຮັດສັນຍາປັບປຸງໂຄງສ້າງໜີ້ສິນກັບສະຖາບັນການເງິນໃດໜຶ່ງມາກ່ອນ

• ຜົນກຳໄລ ຂອງຜູ້ກູ້ຢືມກ່ອນການຫັກພາສີຢ່າງໜ້ອຍ 2 ໃນ 3 ປີ ຄວນຈະເປັນບວກ. 

• ຄຸນສົມບັດອື່ນໆແມ່ນເປັນໄປຕາມເງື່ອນໄຂທະນາຄານກະສິກອນໄທ