ຮັບປະກັນຄວາມໝັ້ນຄົງດ້ານການເງິນຂອງທ່ານດ້ວຍແຜນການບໍລິຫານເງິນທີ່ມີປະສິດທິພາບ. ເປີດບັນຊີເງິນຝາກປະຈໍາຮັບດອກເບ້ຍລາຍເດືອນກັບທະນາຄານກະສິກອນໄທ ຈະຊ່ວຍໃຫ້ທ່ານບໍລິຫານເງິນແບບມີກໍານົດເວລາ ຮັບດອກເບ້ຍທຸກໆເດືອນຢ່າງໝັ້ນຄົງ ພ້ອມທັງສ້າງຫຼັກປະກັນທາງການເງິນທີ່ໝັ້ນຄົງເພື່ອຕົວທ່ານເອງ.
ຄຸນລັກສະນະ:
• ເງິນຝາກອັດຕາດອກເບ້ຍສູງ
• ຮັບດອກເບ້ຍໂອນເຂົ້າບັນຊີທຸກໆເດືອນ.
• ຈໍານວນເງິນຝາກເລີ່ມຕົ້ນ 2,500,000 ກີບ
ລາຍລະອຽດ ຂອງຜະລິດຕະພັນ:
ສະກຸນເງິນຝາກ: ກີບ
ໄລຍະເວລາຂອງເງິນຝາກ: 12,18 ແລະ 24 ເດືອນ
ອັດຕາດອກເບ້ຍ:
• ອີງຕາມອັດຕາດອກເບ້ຍເງິນຝາກປະຈຳ ທີ່ປະກາດໂດຍທະນາຄານກະສິກອນໄທ
• ຮັບດອກເບ້ຍທຸກໆເດືອນ ໂອນເຂົ້າເງິນຝາກປະຢັດຊື່ກົງກັນ
• ສາມາດຖອນກ່ອນກຳນົດໄດ້ ແລະ ຈ່າຍດອກເບ້ຍເງິນຝາກປະຈຳໃຫ້ຕາມກຳນົດເວລາທີ່ຝາກໄດ້ ແຕ່ຖ້າຝາກບໍ່ຮອດ 3ເດືອນແມ່ນຈະຄິດໄລ່ດອກເບ້ຍເງິນຝາກປະຢັດໃຫ້
• ການຖອນເງິນແມ່ນບໍ່ສາມາດຖອນເປັນບາງສ່ວນໄດ້