FX rates
Interest rates and fees
Lane Xang Branch: (Head Office)
Unit 12, Lane Xang Avenue, Xiangngeun Village, Chanthaboury District,
Vientiane Capital, Lao People's Democratic Republic
Tel: (856) 21 410-888
Fax: (856) 21 253 335
ສໍານັກງານໃຫຍ່ ບ້ານຊຽງຍືນ ໜ່ວຍ12 ຖະໜົນລ້ານຊ້າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ ໂທລະສັບ: +856 21 410888 ແຟ້ກ:+856 21 253336 ເວັບໄຊທ໌: www.kasikornbank.com.la ສຳລັບແອັບ QR KBank ແລະ QR KBank Shop Call Center ໂທລະສັບ: +856 21 253341 ວັນແລະເວລາເຮັດວຽກ: 7:00-16:00 ໂມງ ທຸກມື້ ຈຸດບໍລິການຂໍ້ມູນແລະແລກຂອງລາງວັນ ທີ່ຢູ່: ຕະຫລາດໜອງຈັນ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ວັນແລະເວລາເຮັດວຽກ: 5:00-12:00 ໂມງ ທຸກມື້ ຂໍ້ມູນເພີ່ມເຕີມສຳລັບແອັບ QR KBank Q: QR KBank ແມ່ນຫຍັງ? A: QR KBank ຄື ແອັບພິເຄຊັ່ນກະເປົ໋າເງິນອອນລາຍໃນມືຖື ທີ່ສາມາດໃຊ້ຈ່າຍ ຊື້ເຄື່ອງແທນການໃຊ້ເງິນສົດ ຫຼື ໂອນເງິນໃຫ້ບຸກຄົນອື່ນໃນລະບົບຂອງ QR KBank ນໍາກັນໄດ້ Q: ບໍລິການ QR KBank ຕ້ອງໃຊ້ບໍລິການຜ່ານອິນເຕີເນັດບໍ່? A: QR KBank ເປັນບໍລິການອອນລາຍ ຈຶ່ງຈຳເປັນຕ້ອງຕິດຕໍ່ຜ່ານເຄື່ອຂ່າຍອິນເຕີເນັດຈຶ່ງຈະສາມາດໃຊ້ບໍລິການໄດ້ Q: ແອັບພິເຄຊັ່ນ QR KBank ໃຊ້ໄດ້ກັບໂທລະສັບມືຖືລຸ້ນໃດແດ່? A: ຄວາມຕ້ອງການຂັ້ນຕ່ຳຂອງແອັບພິເຄຊັ່ນ ຈະຕ້ອງໃຊ້ກັບໂທລະສັບຖືມື ຫຼື ແທັບເລັດລະບົບ Android ເວີຊັ່ນ 5.0 ຂຶ້ນໄປ ຫຼື iOS ເວີຊັ່ນ 10.0 ຂຶ້ນໄປ Q: ສະໝັກໃຊ້ບໍລິການແນວໃດ? A: ໃນຕອນນີ້ ທາງທະນາຄານເປີດໃຫ້ບໍລິການສະເພາະບຸກຄົນສັນຊາດລາວເທົ່ານັ້ນ ລູກຄ້າທີ່ສົນໃຈສາມາດດາວໂຫຼດແອັບພິເຄຊັ່ນ QR KBank ໄດ້ຈາກ Apple App Store ແລະ Google Play Store ຫຼັງຈາກນັ້ນເຂົ້າສູ່ຂັ້ນຕອນລົງທະບຽນໃນແອັບພິເຄຊັ່ນ ໂດຍລູກຄ້າຕ້ອງກຽມໝາຍເລກໂທລະສັບມືຖືຂອງລາວເທົ່ານັ້ນ ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ເພື່ອໃຊ້ປະກອບການສະໝັກໃຊ້ບໍລິການ ຫຼັງຈາກລູກຄ້າສະໝັກໃຊ້ບໍລິການຜ່ານແອັບພິເຄຊັ່ນຮຽບຮ້ອຍແລ້ວ ທາງທະນາຄານຈະໃຊ້ເວລາດຳເນີນການໃນການກວດສອບຂໍ້ມູນ ແລະ ອະນຸມັດ ບັນຊີ QR KBank ຂອງລູກຄ້າພາຍໃນ 24 ຊົ່ວໂມງ Q: ລືມລະຫັດຜ່ານຕ້ອງເຮັດແນວໃດ? A: ລູກຄ້າສາມາດກົດຟັງຊັ່ນ “ລືມລະຫັດຜ່ານ” ໃນແອັບພິເຄຊັ່ນ ຫຼັງຈາກນັ້ນປະຕິບັດຕາມຂັ້ນຕອນໃນແອັບພິເຄຊັ່ນ ລູກຄ້າຈະໄດ້ຮັບລະຫັດ OTP ເພື່ອຢືນຢັນຕົວຕົນໃນການສ້າງລະຫັດຜ່ານໃໝ່ Q: ເງິນໃນແອັບພິເຄຊັ່ນມາຈາກໃສ? A: ລູກຄ້າຕ້ອງມີການເຕີມເງິນເຂົ້າໃນແອັບພິເຄຊັ່ນ ຜ່ານຈຸດໃຫ້ບໍລິການຕາມທີ່ທະນາຄານກຳນົດໄວ້ ໂດຍລູກຄ້າຈະໄດ້ຮັບ e-money ມູນຄ່າເທົ່າກັບຈໍານວນເງິນສົດທີ່ລູກຄ້າຊໍາລະ ຈຸດບໍລິການຂອງທະນາຄານ Q: ເຕີມເງິນເຂົ້າ QR KBank ມີຄ່າທໍານຽມບໍ່? A: ການເຕີມເງິນຜ່ານຈຸດບໍລິການຂອງທະນາຄານທີ່ກຳນົດໄວ້ ຈະບໍ່ມີຄ່າທຳນຽມ Q: ເງິນໃນແອັບພິເຄຊັ່ນສາມາດຖອນເປັນເງິນສົດໄດ້ບໍ່? A: ລູກຄ້າສາມາດຖອນເງິນຈາກແອັບພິເຄຊັ່ນເປັນເງິນສົດໄດ້ທີ່ຈຸດບໍລິການຂອງທະນາຄານທີ່ກຳນົດໄວ້ Q: ວົງເງິນໃນບັນຊີ ແລະ ວົງເງິນໃນການເຮັດທຸລະກຳຕໍ່ມື້ A: ລູກຄ້າສາມາດເຕີມເງິນໄດ້ສູງສຸດ 7.5 ລ້ານກີບ ປະເພດທຸລະກຳ:ເຕີມເງິນ ວົງເງິນຕໍ່ມື້: ເທົ່າກັບຈຳນວນເງິນທີ່ເຕີມໄດ້ສູງສຸດໃນບັນຊີ ປະເພດທຸລະກຳ:ໂອນເງິນ ຈ່າຍເງິນ ຖອນເງິນ ວົງເງິນຕໍ່ມື້: ມູນຄ່າລວມທັງ 3 ປະເພດທຸລະກຳ ເທົ່າກັບ 7.5 ລ້ານກີບ ຂໍ້ມູນເພີ່ມເຕີມສຳລັບແອັບ QR KBank SHOP Q: QR KBank Shop ແມ່ນຫຍັງ? A: QR KBank Shop ຄື ແອັບພິເຄຊັ່ນກະເປົ໋າເງິນອອນລາຍໃນໂທລະສັບມືຖືສຳລັບຮ້ານຄ້າໂດຍສະເພາະ ໂດຍແອັບພິເຄຊັ່ນ QR KBank Shop ຈະສາມາດຮັບຊໍາລະເງິນຈາກແອັບພິເຄຊັ່ນ QR KBank ຜ່ານ QR Code ໄດ້ສະດວກສະບາຍສໍາລັບຮ້ານຄ້າ ບໍ່ຕ້ອງເສຍເວລາໃນການບໍລິການລູກຄ້າໃນການກວດນັບ ແລະ ທອນເງິນລວມເຖິງມີຟັງຊັ່ນສະຫຼຸບລາຍການຂາຍ ເພື່ອຊ່ວຍໃຫ້ທ່ານເຈົ້າຂອງຮ້ານສາມາດວາງແຜນການຄ້າຂາຍ ແລະ ວາງແຜນການເງິນໄດ້ດີຍິ່ງຂື້ນ Q: ບໍລິການ QR KBank Shop ຕ້ອງໃຊ້ບໍລິການຜ່ານອິນເຕີເນັດບໍ່? A: QR KBank ເປັນບໍລິການອອນລາຍ ຈຶ່ງຈຳເປັນຕ້ອງຕິດຕໍ່ຜ່ານເຄື່ອຂ່າຍອິນເຕີເນັດຈຶ່ງຈະສາມາດໃຊ້ບໍລິການໄດ້ Q: ແອັບພິເຄຊັ່ນ QR KBank Shop ໃຊ້ໄດ້ກັບມືຖືລຸ້ນໃດແດ່? A: ຄວາມຕ້ອງການຂັ້ນຕ່ຳຂອງແອັບພິເຄຊັ່ນ ຈະຕ້ອງໃຊ້ກັບໂທລະສັບມືຖື ຫຼື ແທັບເລັດລະບົບ Android ເວີຊັ່ນ 5.0 ຂື້ນໄປ Q: ສະໝັກໃຊ້ບໍລິການແນວໃດ? A: ໃນຕອນນີ້ທາງທະນາຄານເປີດໃຫ້ບໍລິການສະເພາະບຸກຄົນສັນຊາດລາວເທົ່ານັ້ນ ເຈົ້່າຂອງຮ້ານທີ່ສົນໃຈສາມາດດາວໂຫຼດແອັບພິເຄຊັ່ນ QR KBank Shop ໄດ້ຈາກ App Store ແລະ Google Play Store ຫຼັງຈາກນັ້ນເຂົ້າສູ່ຂັ້ນຕອນລົງທະບຽນໃນແອັບພິເຄຊັ່ນ ໂດຍຮ້ານຄ້າຕ້ອງກຽມໝາຍເລກໂທລະສັບມືຖືຂອງລາວເທົ່ານັ້ນ ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ເພື່ອໃຊ້ປະກອບການສະໝັກໃຊ້ບໍລິການ ຫຼັງຈາກເຈົ້າຂອງຮ້ານສະໝັກໃຊ້ບໍລິການຜ່ານແອັບພິເຄຊັ່ນຮຽບຮ້ອຍແລ້ວ ທາງທະນາຄານຈະໃຊ້ເວລາດຳເນີນການໃນການກວດສອບຂໍ້ມູນ ແລະ ອະນຸມັດບັນຊີ KBank Shop ຂອງລູກຄ້າພາຍໃນ 24 ຊົ່ວໂມງ Q: ລືມລະຫັດຜ່ານຕ້ອງເຮັດແນວໃດ? A: ເຈົ້າຂອງຮ້ານສາມາດກົດຟັງຊັ່ນ “ລືມລະຫັດຜ່ານ” ໃນແອັບພິເຄຊັ່ນ ຫຼັງຈາກນັ້ນປະຕິບັດຕາມຂັ້ນຕອນໃນແອັບພິເຄຊັ່ນ ລູກຄ້າຈະໄດ້ຮັບລະຫັດ OTP ເພື່ອຢືນຢັນຕົວຕົນໃນການ ສ້າງລະຫັດຜ່ານໃໝ່ Q: ເງິນໃນແອັບພິເຄຊັ່ນມາຈາກໃສ? A: ເງິນໃນແອັບພິເຄຊັ່ນຈະໄດ້ຮັບຈາກການຊຳລະເງິນຈາກລູກຄ້າຜ່ານ QR KBank ເທົ່ານັ້ນ Q: ເງິນໃນແອັບພິເຄຊັ່ນສາມາດໂອນອອກ ຫຼື ຖອນມາເປັນເງິນສົດໄດ້ບໍ່? A: ເຈົ້າຂອງຮ້ານຄ້າທີ່ສະໝັກໃຊ້ບໍລິການ QR KBank ດ້ວຍໝາຍເລກໂທລະສັບມືຖືດຽວກັບ QR KBank Shop ຈະສາມາດໂອນເງິນອອກຈາກ QR KBank Shop ໄປເຂົ້າ ແອັບພິເຄຊັ່ນ QR KBank ໄດ້ ຫຼື ສາມາດຖອນອອກມາເປັນເງິນສົດໄດ້ທີ່ຈຸດບໍລິການຂອງທະນາຄານທີ່ກໍານົດໄວ້ Q: ວົງເງິນໃນບັນຊີ ແລະ ວົງເງິນໃນການເຮັດທຸລະກຳຕໍ່ມື້ A: ສາມາດຮັບເງິນໄດ້ສູງສຸດ 12.5 ລ້ານກີບ ປະເພດທຸລະກຳ:ຊຳລະຜ່ານ QR Code ວົງເງິນຕໍ່ມື້: ເທົ່າກັບຈຳນວນເງິນທີ່ຮັບໄດ້ສູງສຸດໃນບັນຊີ ປະເພດທຸລະກຳ:ໂອນເງິນ ຖອນເງິນ ວົງເງິນຕໍ່ມື້: ມູນຄ່າລວມທັງ 2 ປະເພດທຸລະກຳເທົ່າກັບ 12.5 ລ້ານກີບ