ການບໍລິການ​ທາງການເງິນສຳຫຼັບລູກຄ້າຄົນລາວ

    ທະນາຄານກະສິກອນໄທໄດ້ສະເຫນີສິນຄ້າ ແລະ ບໍລິການທາງການເງິນທີ່ຮອບດ້ານ ສຳລັບລູກຄ້າ ກຸ່ມບໍລິສັດ ຫ້າງຮ້ານ ແລະ ລູກຄ້າລາຍຍ່ອຍທີ່ຈະຊ່ວຍໃຫ້ການຈັດການທາງການເງິນຂອງທ່ານເປັນ ເລື່ອງງ່າຍ ແລະ ມີຄວາມສະດວກສະບາຍພາຍໃຕ້ແນວຄິດ ”ລູກຄ້າເປັນສູນກາງ” ໂດຍສາມາດ ແບ່ງປະເພດສິນຄ້າ ແລະ ບໍລິການທາງການເງິນອອກເປັນ 4 ປະເພດດັ່ງຕໍ່ໄປນີ້:
    1. ການທ້ອນ ແລະ ການລົງທຶນ
    • o ຕອບສະຫນອງຄວາມຕ້ອງການຂອງລູກຄ້າທີ່ຈະເພີ່ມມູນຄ່າຜ່ານຜະລິດຕະພັນທີ່ເປັນ ການທ້ອນ ແລະ ການລົງທຶນເຊັ່ນ: ການທ້ອນແບບປະຢັດ ແລະ ການຝາກປະຈຳເປັນຕົ້ນ ເຊິ່ງສາມາດໃຫ້ບໍລິການກັບທັງກຸ່ມລູກຄ້າທີ່ເປັນບໍລິສັດ ຫ້າງຮ້ານ ແລະ ລູກຄ້າລາຍຍ່ອຍໄດ້
    2. ກອງທຶນ ແລະ ການກູ້ຢືມເງິນ
    • o ຕອບສະຫນອງຄວາມຕ້ອງການຂອງລູກຄ້າໃນການກູ້ຢືມເງິນເຊັ່ນ: ການກູ້ຢືມເງິນເພື່ອການຄ້າ ສິນເຊື່ອເພື່ອການນຳເຂົ້າ ແລະ ສົ່ງອອກເປັນຕົ້ນ
    3. ການລົງທຶນຕ່າງປະເທດ
    • o ສຳລັບລູກຄ້າທີ່ສົນໃຈໃນການລົງທຶນພາຍໃນປະເທດໄທ ທາງທະນາຄານກະສິກອນໄທ ແລະ ຫຸ້ນສ່ວນສາມາດໃຫ້ບໍລິການທາງການເງິນທີ່ກ່ຽວຂ້ອງ ລວມເຖິງໃຫ້ຄຳປືກສາຢ່າງມືອາຊີບຊື່ງຈະຊ່ວຍສ້າງຄວາມເຊື່ອຫມັ້ນໃຫ້ກັບການລົງທືນຕ່າງປະເທດຂອງທ່ານ
    4. ທຸລະກຳທາງການເງິນດ້ານການຄ້າລະຫວ່າງປະເທດ
    • o ເສີມສ້າງຄວາມຫມັ້ນຄົງໃຫ້ກັບທຸລະກິດນຳເຂົ້າ ແລະ ສົ່ງອອກ ລວມເຖິງສ້າງຄວາມເຊື່ອຫມັ້ນໃນການ ຊຳລະເງິນກັບຫຸ້ນສ່ວນທາງການຄ້າຕ່າງປະເທດ ເພື່ອໃຫ້ການດຳເນີນການທາງທຸລະກິດດ້ານການຄ້າ ລະຫວ່າງປະເທດຂອງລູກຄ້າເປັນໄປດ້ວຍຄວາມຮຽບຮ້ອຍ
​​​​​​