ຜະລິດຕະພັນເງິນຝາກ

ບັນຊີເງິນຝາກປະຍັດ

ເງິນຝາກປະຢັດ ໝາຍເຖິງບັນຊີສະສົມເງິນຂະໜາດໜ້ອຍ ແລະ ໄດ້ຮັບມູນຄ່າດອກເບ້ຍຕ່ຳ, ບໍ່ຈຳເປັນຕ້ອງກະກຽມເງື່ອນໄຂດ້ານການລົງທຶນກ່ອນແຕ່ຝາກ ແລະ ຖອນໄດ້ຢ່າງອິດສະຫຼະ. 

ຄຸນລັກສະນະພິເສດ:
• ເພີ້ມດອກເບ້ຍໃຫ້ບັນຊີຂອງທ່ານທຸກໆວັນ! ດອກເບ້ຍຈະຖືກຄິດໄລ່ ແລະ ໂອນເຂົ້້າບັນຊີຂອງທ່ານໃນຕອນທ້າຍໄລຍະເວລາດ້ານການບັນຊີ(ເດືອນມິຖູນາ ແລະ ທັນວາ).
• ບັນຊີຂອງທ່ານສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນສຳລັບການຂໍກູ້ຢືມເງິນ.

ລາຍລະອຽດຜະລິດຕະພັນ:
ສະກຸນເງິນຝາກ: ກີບ, ບາດ ແລະ ໂດລາສະຫະລັດ

ອັດຕາດອກເບ້ຍ:
• ອີງຕາມອັດຕາດອກເບ້ຍເງິນຝາກທີ່ປະກາດໂດຍທະນາຄານກະສິກອນໄທ
• ຈ່າຍດອກເບ້ຍທຸກໆເຄິ່ງປີ (ໃນວັນທີ 25 ມິຖຸນາ ແລະ ທັນວາ)

ຜູ້ຝາກ: ບຸກຄົນທົ່ວໄປ ແລະ ອົງການຈັດຕັ້ງ, ວິສະຫະກິດ ແລະ ສະຖາບັນ, ອົງການຂອງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ປະຕິບັດຕາມລະບຽບການ ຂອງທະນາຄານແຫ່ງ ສປປ ລາວ .