ຂໍ້ຄວາມສະຫງວນສິດ

​ຂໍ້ຄວາມສະຫງວນສິດ                          

ເອກະສານນີ້ແມ່ນເພື່ອເປັນຂໍ້ມູນກ່ຽວກັບການລົງທຶນ ຫຼືຜະລິດຕະພັນໃນການປຶກສາຫາລື ແລະ ເປັນຂໍ້ມູນອ້າງອີງໃນລະຫວ່າງການປຶກສາຫາລື, ການຳສະເໜີ ຫຼື ສຳມະນາເທົ່ານັ້ນ. ເຊິ່ງມັນບໍ່ ໄດ້ເປັນຕົວແທນ ຫຼື ປະກອບເປັນຄຳແນະນຳ, ຂໍ້ສະເໜີ, ສັນຍາ, ການສະເໜີແນະ ຫຼື ການຮ້ອງຂໍ ແລະ ບໍ່ຄວນເອື້ອຍອີງໃສ່ ດັ່ງກ່າວມານັ້ນ. ໃນການກະກຽມເອກະສານນີ້, ທະນາຄານ ກະສິກອນ ຈຳກັດມະຫາຊົນ( ຕໍ່ໄປຮຽກວ່າ “KBank”) ໄດ້ມີຫຼາຍຂໍ້ສົມມຸດຕິຖານທີ່ສຳຄັນ ແລະ ອີງ ໃສ່ຂໍ້ມນທາງການເງິນ ແລະ ອື່ນໆຈາກແຫຼ່ງຂໍ້ມູນສາທາລະນະ, ແລະ ດັ່ງນັ້ນ KBank ຈະບໍ່ຮັບຜິດຊອບ ໃດໆທັງສິ້ນ ແລະ ບໍ່ສ້າງການຮຽກຮ້ອງໃດໆກ່ຽວກັບຄວາມແນ່ນອນ ແລະ /ຫຼື ຄວາມສົມບູນຂອງຂໍ້ມູນ ຕາມທີ່ໄດ້ລະບຸໄວ້ໃນທີ່ນີ້. ກ່ອນທີ່ທ່ານຈະຕັດສິນໃຈແບບອິດສະຫຼະ ດ້ວຍຕົວທ່ານເອງໃນການລົງທຶນ ຫຼື ເຮັດທຸລະກຳ, ຜູ້ໄດ້ຮັບຂໍ້ມູນ( ຕໍ່ໄປຮຽກວ່າ“Recipient”) ຕ້ອງທົບທວນຂໍ້ມູນກ່ຽວກັບການບໍລິການ ຫຼື ຜະລິດຕະພັນຂອງ KBank ລວມທັງ ສະພາບເສດຖະກິດ ແລະ ຕະຫຼາດ ລວມທັງປັດໄຈອື່ນໆ ກ່ຽວກັບການເຮັດທຸລະກຳດັ່ງທີ່ໄດ້ໂພດສ໌ໄວ້ໃນເວັບໄຊທ໌ ຂອງ Kbank ທີ່ URL www.kasikornbank.com ແລະ ໃນເວັບໄຊທ໌ອື່ນໆ ລວມທັງທົບທວນທຸກໆຂໍ້ມູນອື່ນ, ເອກະສານທີ່ກະກຽມໂດຍສະຖາບັນອື່ນ ແລະ ປຶກສາກັບຜູ້ໃຫ້ຄຳປຶກສາທາງດ້ານການເງິນ, ກົດໝາຍ ຫຼື ພາສີໃນເຮັດທຸລະກຳແຕ່ລະຄັ້ງ. ຜູ້ຮັບຂໍ້ມູນເຂົ້າໃຈ ແລະ ຮັບຮູ້ວ່າການລົງທຶນ ແລະ ການດຳເນີນ ທູລະກຳອາດເປັນການເຮັດທຸລະກຳທີ່ມີສະພາບຄ່ອງຕ່ຳ ແລະ ວ່າ KBank ຈະຖືວ່າບໍ່ມີຄວາມ ຮັບຜິດຊອບສຳລັບການສູນເສຍ, ຂາດທຶນ ຫຼື ເສຍຫາຍໃດໆທີ່ເກີດຈາກຜູ້ໄດ້ຮັບຂໍ້ມູນ ເກີດຂຶ້ນ ນອກຈາກການລົງທຶນ ຫຼື ການດຳເນີນທຸລະກຳດັ່ງກ່າວ. ຜູ້ຮັບຂໍ້ມູນຮັບຮູ້ ແລະ ເຂົ້າໃຈອີກວ່າຂໍ້ມູນທີ່ ສະໜອງໃຫ້ໂດຍ KBank ນັ້ນບໍ່ໄດ້ເປັນຕົວແທນໃຫ້ແກ່ຜົນຕອບແທນທີ່ຄາດຫວັງໄວ້ ຫຼື ການ ພິຈາລະນາທີ່ຈະໄດ້ຮັບໂດຍຜູ້ໄດ້ຮັບຂໍ້ມູນເກີດຂຶ້ນນອກຈາກການດຳເນີນການ ຂອງທຸລະກະດັ່ງກ່າວ. ນອກຈາກນີ້, ຜູ້ໄດ້ຮັບຂໍ້ມູນຄວນຮູ້ວ່າການເຮັດທຸລະກຳແມ່ນມີຄວາມສ່ຽງສູງຕາມຕະຫຼາດ ທີ່ບໍ່ສາມາດ ຄາດການໄດ້ ແລະ ອາດບໍ່ມີລະບຽບການ ແລະ ການປ້ອງກັນທີ່ພຽງພໍ ໃຫ້ແກ່ຜູ້ໄດ້ຮັບຂໍ້ມູນ.
KBank ສະຫງວນສິດໃນການແກ້ໄຂຂໍ້ມູນທັງໝົດ ແລະ ບາງສ່ວນ ທີ່ໄດ້ສະໜອງໃຫ້ໃນທີ່ນີ້ໄດ້ ທຸກເວລາ ຕາມເຫັນສົມຄວນ ແລະ ຜູ້ໄດ້ຮັບຂໍ້ມູນຮັບຮູ້ ແລະ ເຫັນດີກັບການແກ້ໄຂດັ່ງກ່າວ. ຖ້າຫາວ່າ ມີຂໍ້ສົງໃສໃດໆ, ຜູ້ໄດ້ຮັບຂໍ້ມູນອາດຂໍຂໍ້ມູນເພີ້ມຕື່ມຈາກ KBank ຫຼື ໃນກໍລະນີທີ່ມີການຮ້ອງຮຽນ, ຜູ້ໄດ້ຮັບຂໍ້ມູນສາມາດພົວພັນKBank ໄດ້ທີ່ IR@kasikornbank.com ຫຼືໂທ +(662) 470 6900 to 01, +(662) 470 2673 to 74.
* ຂໍ້ມູນດ່ັງໃນທີ່ນີ້ແທນໃຫ້ຂໍ້ມູນໃນງົບດຸນການເງິນແບບລວມ ຂອງທະນາຄານ ກະສິກອນ, ບາງຈຳນວນ, ຕົວເລກ ແລະ ອັດຕາສ່ວນທີ່ໄດ້ຄິດໄລ່ກ່ອນການຫັກພາສີກັບອັດຕາດອກເບ້ຍແບບບໍ່ມີການຄວບຄຸມ ຂອງ KBank.
​​​​​
ກຫນ້າທໍາອິດ  ກ່ຽວກັບພວກເຮົາ