ຜະລິດຕະພັນການຄ້າລະຫວ່າງປະເທດ

ການໂອນເງິນລະຫວ່າງປະເທດ

ການໂອນເງິນລະຫວ່າງປະເທດເປັນການບໍລິການໂອນເງິນໄປທົ່ວໂລກທີ່ວ່ອງໄວ, ປອດໄພ ແລະ ແນ່ນອນ, ເພືອຕອບສະໜອງຄວາມຕ້ອງການດ້ານການໂອນເງິນຂອງທ່ານ. ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ, ການບໍລິການດ້ວຍໃຈ ແລະ ຄວາມຄິດທີ່ເປັນມືອາຊີບຈາກທະນາຄານກະສິກອນໄທ, ຈຶ່ງຮັບປະກັນຄວາມປອດໄພ ແລະ ຄວາມໄວ້ວາງໃຈໃນການໂອນເງິນທັງພາຍໃນ ແລະ ຕ່າງປະເທດຂອງທ່ານ. 

1. ການໂອນເງິນອອກໄປຕ່າງປະເທດ
ເປັນທຸລະກິດປະເພດໜື່ງທີ່ທາງທະນາຄານກະສິກອນໄທ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າຜູ່ໂອນເງິນ ເຊີ່ງຜູ່ຮັບເງິນໂອນຈະໄດ້ຮັບເງິນຕາມຈໍານວນໂດຍຜ່ານທະນາຄານຕົວແທນຂອງເຮົາ.
   
ຄຸນລັກສະນະພິເສດ​​
1. ຄ່າບໍລິການເປັນກັນເອງ. ການໂອນເງິນເປັນວິທີຊໍາລະສະສາງປະເພດໜື່ງ ທີມີຂັ້ນຕອນທີ່ງ່າຍ ແລະເສຍ ຄ່າໃຊ້ຈ່າຍຕ່ຳ.
2. ຜູ່ນໍາເຂົ້າສິນຄ້າຈາກຕ່າງປະເທດສາມາດໂອນເງິນເພື່ອຊໍາລະສິນຄ້າໄດ້ຢ່າງວ່ອງໄວທັນໃຈ.
3. ຂັ້ນຕອນການປະຕິບັດທີ່ງ່າຍ, ສະດວກ ແລະ ມີຂອບເຂດທີ່ກວ້າງຂວາງ.

2. ການໂອນເງິນເຂົ້າມາຈາກຕ່າງປະເທດ
ເປັນທຸລະກິດທີ່ທະນາຄານກະສິກອນໄທ ຈ່າຍເງິນໃຫ້ຜູ່ຮັບຕາມຄຳສັ່ງຂອງທະນາຄານຜູ່ໂອນເງິນຢູ່ຕ່າງປະເທດ. 

ຄຸນລັກສະນະພິເສດ​​
1. ຄ່າບໍລິການເປັນກັນເອງການໂອນເງິນເປັນວິທີຊໍາລະສະສາງປະເພດໜື່ງ ທີມີຂັ້ນຕອນທີ່ງ່າຍ ແລະ ເສຍຄ່າໃຊ້ຈ່າຍຕ່ຳ. 
2. ຜູ່ສົ່ງອອກຈະໄດ້ຮັບເງິນທືນໝູນວຽນທີ່ວ່ອງໄວທີ່ສຸດ 
3. ຂັ້ນຕອນການປະຕິບັດທີ່ງ່າຍ, ສະດວກ ແລະ ມີຂອບເຂດທີ່ກວ້າງຂວາງ.

ການບໍລິການທີ່ໄດ້ມາດຕະຖານສາກົນ ຂອງທະນາຄານກະສິກອນໄທຈະຊ່ວຍໃຫ້ວິສະຫະກິດຂອງທ່ານດຳເນີນທຸລະກິດດ້ານການຄ້າລະຫວ່າງປະເທດ ໃຫ້ ມີການຂະຫຍາຍໂຕຢ່າງວ່ອງໄວ.