ຜະລິດຕະພັນສິນເຊື່ອ

ສິນເຊື່ອເງິນທຶນໝູນວຽນ

ສິນເຊື່ອເງິນທຶນໝູນວຽນ ແມ່ນເງິນກູ້ທີ່ອະນຸມັດໃຫ້ໂດຍທະນາຄານກະສິກອນໄທ ເພື່ອຕອບສະໜອງຄວາມຕ້ອງການເງິນທຶນໄລຍະສັ້ນ ຂອງລູກຄ້າເພື່ອຂະບວນການດຳເນີນການຜະລິດ ແລະ ເພື່ອຮັບປະກັນກິດຈະກຳດ້ານທຸລະກິດທົ່ວໄປໃຫ້ດຳເນີນໄປເປັນປົກກະຕິ. ເຊິ່ງນັກຊ່ຽວຊານດ້ານທຸລະກິດ ຂອງທະນາຄານກະສິກອນໄທ ຈະໃຫ້ຄຳແນະນຳກ່ຽວກັບການໃຫ້ເງິນທຶນໝູນວຽນແກ່ວິສະຫະກິດເພື່ອຊ່ວຍໃຫ້ທ່ານບັນລຸເປົ້າໝາຍທາງທຸລະກິດ, ລວມທັງແນວທາງການແກ້ໄຂຕົ້ນເຫດຂອງບັນຫາດ້ານການເງິນ, ເພື່ອສະໜັບສະໜູນການດຳເນີນທຸລະກິດຢ່າງສະດວກສະບາຍ ແລະ ການເຕີບໂຕແບບຍືນຍົງ.

ຄຸນລັກສະນະພິເສດ:
ໃນຖານະທີ່ເປັນເຄື່ອງມືທາງການເງິນທີ່ມີປະສິດທິພາບ,ສິນເຊື່ອເງິນທຶນໝູນວຽນມີຄຸນລັກສະນະພິເສດຄື: ເງື່ອນໄຂການກູ້ຢືມ ມີຄວາມຢືດຫຍຸ່ນ, ມີອັດຕາຜົນຕອບແທນສູງ, ມີຂັ້ນຕອນທີ່ງ່າຍ, ສະດວກສະບາຍ ແລະ ອື່ນໆ.

ເງື່ອນໄຂ:
• ໄລຍະກູ້ຢືມຂອງໜັງສືສັນຍາໃຊ້ໜີ້ແຕ່ລະສະບັບແມ່ນສູງສຸດບໍ່ເກິນ 180 ວັນ
• ເງື່ອນໄຂອື່ນໆແມ່ນຂຶ້ນຢູ່ກັບການອະນຸມັດ ຂອງທະນາຄານກະສິກອນໄທ

ອັດຕາດອກເບ້ຍ & ຄ່າບໍລິການ:
ຂຶ້ນຢູ່ກັບການອະນຸມັດ ຂອງທະນາຄານກະສິກອນໄທ 

ຄຸນສົມບັດການກູ້ຢືມ :
• ຜູ້ກູ້ຢືມດຳເນີນທຸລະກິດມາຢ່າງໜ້ອຍ 2 ປີ
• ບໍ່ເຄີຍເປັນ NPL ແລະ / ຫຼື ເຮັດສັນຍາປັບປຸງໂຄງສ້າງໜີ້ສິນກັບສະຖາບັນການເງິນໃດໜຶ່ງມາກ່ອນ
• ຜົນການດຳເນິນທຸລະກິດຂອງຜູ້ກູ້ຍືມຕ້ອງມີຜົນກຳໄລ ກ່ອນການຫັກພາສີ ຢ່າງໜ້ອຍ 2 ໃນ 3 ປີ ຫຼັງສຸດ.
• ຄຸນສົມບັດອື່ນໆແມ່ນເປັນໄປຕາມເງື່ອນໄຂທະນາຄານກະສິກອນໄທ