KASIKORNTHAI BANK Limited, Lao PDR

ເງື່ອນໄຂ ບັນຊີເງິນຝາກປະຈຳທະວີລວຍ



ລາຍລະອຽດຂອງບັນຊີ
-ບັນຊີເງິນຝາກປະຈຳ 12 ເດືອນ ໃນອັດຕາດອກເບ້ຍ 5.59% ຕໍ່ປີ
-ຝາກຈຳນວນເທົ່າກັນທຸກເດືອນ ເດືອນລະ 1 ຄັ້ງ ເທົ່າກັບຈຳນວນທີ່ຝາກໃນເບື້ອງຕົ້ນ ແລະຈະໄດ້ຮັບດອກເບ້ຍໃນເມື່ອຄົບກຳນົດໄລຍະເວລາຂອງການຝາກ
-ເປິດບັນຊີຂັ້ນຕໍ່າ 250,000 ກິບ ໂດຍເອົາມາຝາກໃນຈຳນວນເທົ່າກັນທຸກເດືອນ ຕິດຕໍ່ກັນ 12ເດືອນ


ຄຸນສົມບັດ
-ບຸກຄົນທົ່ວໄປທີ່ມີອາຍຸຕັ້ງແຕ່ 18ປີ ຂື້ນໄປ
-ພໍ່ຫລືແມ່ ສາມາດເປິດບັນຊີເພື່ອລູກທີ່ມີອາຍຸຕໍ່າກ່ວາ18ປີ


ເອກະສານປະກອບ
- ບຸກຄົນລາວ: ສຳເນົາໃບປະຈຳຕົວ/ ຫນັງສືຜ່ານແດນ/ ສຳມະໂນຄົວ(ບັນຊີເພື່ອລູກ)
- ບຸກຄົນຕ່າງປະເທດ: ຫນັງສືຜ່ານແດນ ແລະ ໃບອານຸຍາດເຮັດວຽກທີ່ປະເທດລາວ